ບໍລິການຈັດສົ່ງສິນຄ້າທາງລົດໄຟ

ບໍລິການຈັດສົ່ງສິນຄ້າທາງລົດໄຟ

ອີງໃສ່ການຂະຫຍາຍຕົວ ແລະ ການພັດທະນາ ການຂົນສົ່ງໂລຈິສຕິກຂອງ ສປປ ລາວ, ໃນທ້າຍປີ 2021 ໂຄງການທາງລົດໄຟ ລາວ-ຈີນ ຈະກໍ່ສ້າງສຳເລັດ ແລະ ເປີດຢ່າງເປັນທາງການ, ບໍລິສັດ ສະປິດ ອິນເຕີເນຊັນແນວ ລາວ ຈຳກັດ ໄດ້ຮັບອະນຸຍາດໃຫ້ ບໍລິການຈັດສົ່ງສິນຄ້າທາງລົດໄຟ ພາຍໃນ ແລະ ຕ່າງປະເທດ.

  • ບໍລິສັດຂອງພວກເຮົາໄດ້ໃຫ້ ບໍລິການແຈ້ງເອກະສານ ບໍລິການຂົນສົ່ງສິນຄ້າທາງລົດໄຟ ຈາກ ສປ ຈີນ ສູ່ກຸ່ມປະເທດອາຊຽນ ຜ່ານ ນະຄອນຫຼວງວຽງຈັນ ສປປ ລາວ ຕູ້ທຳອິດໃນຄັ້ງວັນທີ 08/12/2021, ໃຫ້ບໍລິການແຈ້ງເອກະສານ ແລະ ຈັດສົ່ງສິນຄ້າຜັກສົດ ແລະ ດອກໄມ້ ສົດ ຈຳນວນຫຼາຍກວ່າ 50 ຕູ້ ຈາກ ສປ ຈີນ ສູ່ ປະເທດໄທ ຄັ້ງວັນທີ 27/12/2021.
  • ໃຫ້ບໍລິການແຈ້ງເອກະສານ ແລະ ບໍລິການຂົນສົ່ງທາງລົດໄຟ ປະເພດໝາກໄມ້ສົດຄື: ໝາກຖົ່ວລຽນ, ໝາກມັງຄຸດ ແລະ ຜັກສົດ… ຈາກ ປະເທດໄທ ສູ່ ສປ ຈີນ ຄັ້ງທຳອິດຈຳນວນຫຼາຍກວ່າ 30 ຕູ້ຄອນເທຣນເນີ້ ໃນຄັ້ງວັນທີ ວັນທີ 27/12/2022;
  • ມາຮອດປະຈຸບັນ ຮອດເດືອນ 06/2022 ບໍລິສັດ ສະປິດອິນເຕີທຣານ ສະປອດລາວ ຈຳກັດ ໄດ້ໃຫ້ບໍລິການແຈ້ງເອກະສານຜ່ານແດນແລະ ບໍລິການຈັດສົ່ງສິນຄ້າ ທາງລົດໄຟ ຈາກ ສປ ຈີນ ຜ່ານ ສປປ ລາວ ສູ່ປະເທດທີ່ສາມ ສຳເລັດແລ້ວ ຫຼາຍກວ່າ 6.000 ຕູ້ຄອນເທຣນເນີ້,ປະເພດສິນຄ້າທີ່ໃຫ້ບໍລິການຜ່ານມາໄດ້ແກ່: ໝາກໄມ້, ພືດຜັກ, ເຄື່ອງອີເລັກໂທຣນິກ, ເຄື່ອງໄຟຟ້າ,ສິນຄ້າຮັບໃຊ້ຄົວເຮືອນ, ສິນຄ້າຮັບໃຊ້ອຸດສາຫະກໍາ ແລະ ສິນຄ້າປະເພດອື່ນໆ… ບໍລິສັດພວກເຮົາພ້ອມທີ່ຈະໃຫ້ບໍລິການແກ່ລູກຄ້າທຸກທ່ານ.