Our Company

ຄຳເຫັນຈາກທ່ານປະທານ

ບໍລິສັດ ສະປິດ ອິນເຕີເນຊັນແນນ ທຣານສະປອດ ລາວ ຈຳກັດ ແມ່ນບໍລິສັດຜູ້ນຳໜ້າ ວຽກງານບໍລິການດ້ານການ ຂົນສົ່ງສິນຄ້າ ແລະ ໂລຈິດສະຕິກ ໃນ ສປປ ລາວ ທີ່ມີຄວາມຊ່ຽວຊານ ແລະ ປະສົບການ ດ້ານການຂົນສົ່ງ, ໂລຈິດສະຕິກ, ລະບົບສາງ, ການແຈ້ງເອກະສານພາສີ ແລະ ການຄ່ຽນຖ່າຍສິນຄ້າ ຄົບວົງຈອນ.

ນັບຕັ້ງແຕ່ທົດສະວັດຜ່ານມາ, ອີງໃສ່ ສະພາບການຂອງການພັດທະນາທາງດ້ານເສດຖະກິດ ແລະ ຄວາມຮຽກ ຮ້ອງ ຕ້ອງການໃນການເຊື່ອມໂຍງ ແລະ ເຊື່ອມຈອດຂອງໂລກ, ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້ເອົາໃຈໃສ່ ໃນການ ດຳເນີນນະໂຍບາຍ ສົ່ງເສີມກຳລັງແຮງຂອງ ທຸກພາກສ່ວນເສດຖະກິດ ລວມທັງເປ້ດກ້ວາງການຮ່ວມມືກັບຕ່າງປະເທດ ເວົ້າສະເພາະ ການບໍລິການດ້ານການຂົນສົ່ງ ແລະ ໂລຊິດສະຕິກ ຢູ່ໃນ ສປປ ລາວ ຖືເປັນຍຸດທະສາດອັນສຳຄັນ ໃນການ ຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ມາເປັນປະເທດທີ່ໃຫ້ການບໍລິການ ດ້ານຄົມມະນາຄົມ-ຂົນສົ່ງ ທີ່ ສະດວກ, ໂລ່ງ່ຽນ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຢ່າງປະສິດທິຜົນ.

ເນື່ອງຈາກ ການບໍລິການ ດ້ານການຂົນສົ່ງ ແລະ ໂລຈິດສະຕິກ ທີ່ ສະດວກ, ວ້ອງໄວ ແລະ ລາຄາ ສົມເຫດສົມຜົນ, ບໍລິສັດ ສະປິດ ອິນເຕີ ຈຳກັດ ຊຶ່ງໄດ້ເຕີບໂຕຈາກການເປັນບໍລິສັດ ເຄືອຄ່າຍ ຂອງ ບໍລິສັດ ຂົນສົ່ງສາກົນ ຈຳກັດ ທີ່ມີ ປະສົບການ 17 ປີ ຈຶ່ງໄດ້ມີ ຄູ່ຄ້າ ແລະ ລູກຄ້າ ຢ່າງຫຼວງຫຼາຍ ທັງພາຍໃນປະເທດ ແລະ ສາກົນ ເຮັດໃຫ້ ພວກເຮົາ ມີ ຄວາມພາກພູມໃຈ ໃນການ ເປັນສ່ວນໜຶ່ງ ທີ່ໄດ້ປະກອບສ່ວນ ໃນການສ້າງສາ ແລະ ພັດທະນາເສດຖະກິດຂອງ ສປປ ລາວ ແລະ ຈະສືບຕໍ່ຜັນຂະຫຍາຍແນວທາງ ຂອງພັກ ແລະ ລັດຖະບານ ເພື່ອເຮັດໃຫ້ບັນລຸເປົ່າໝາຍຂອງການພັດທະນາ ເສດຖະກິດແຫ່ງຊາດ.

ຂໍຂອບໃຈ ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ກຳນົດນະໂຍບາຍ ແລະ ຊຸກຍູ່ ພາກທຸລະກິດ ຂົນສົ່ງ ແລະ ໂລຈິດສະຕິກ ຂອງລາວ ໃຫ້ນັບມື້ນັບມີຄວາມເຂັ້ມແຂງ ແລະ ກ່າວໜ້າ, ຂໍຂອບໃຈບັນດາຄູ່ຮ່ວມທຸລະກິດ ຂົນສົ່ງ ແລະ ໂລຈິດສະຕິກ ພາຍໃນ ສປປ ລາວ ແລະ ສາກົນ ທຸກທ່ານ ທີ່ໃຫ້ຄວາມໄວ້ວາງໃຈ ໃຊ້ບໍລິການ ແລະ ພ້ອມກັນພັດທະນາ ວຽກງານຂົນສົ່ງສິນຄ້າ ແລະ ໂລຈິດສະຕິກ ກັບ ບໍລິສັດ ສະປິດ ອິນເຕີເນຊັນແນນ ທຣານສະປອດ ລາວ ຈຳກັດ ໃຫ້ນັບມືຶ້ນັບເຕີບໃຫ້ຍຂະຫຍາຍຕົວ ແລະ ໃຫ້ເປັນບໍລິສັດ ຊັ້ນນຳຂອງ ສປປ ລາວ ແລະ ສືບຕໍ່ ຂະຫຍາຍຕົວ ໃຫ້ສາມາດຮ່ວມມື ແລະ ແຂ່ງຂັນກັບພາກທຸລະກິດກັບປະເທດເພື່ອນບ້ານໄດ້ ຢ່າງຕັ້ງໜ້າ.

ຂ້າພະເຈົ້າ ເຊື່ອວ່າ ພວກເຮົາ ຈະສາມາດບຸກທະລຸວຽກງານ ແລະ ເປັນແບບຢ່າງນຳໜ້າ ໃນການສ້າງກຳລັງການຂົນສົ່ງ ແລະ ຊ່ວຍສ້າງຄວາມເຂັ້ມແຂງ ໃນວຽກງານການ ຂົນສົ່ງສິນຄ້າ ແລະ ໂລຈິດສະຕິກ ຢູ່ໃນ ສປປ ລາວ ໃຫ້ມີປະສິດທິພາບ ແລະ ທຽບເທົ່າກັບສາກົນ ເທື່ອລະກ່າວ.

ໃບທະບຽນວິສາຫະກິດໃບອະນຸຍາດດຳເນີນທຸລະກິດ

ປະຫວັດຄວາມເປັນມາ
ບໍລິສັດ ສະປິດ ອິນເຕີເນຊັນແນນ ທຣານສະປອດ ລາວ ຈຳກັດ ເປັນບໍລິສັດໜຶ່ງ ທີ່ເຮັດບໍລິການຂົນສົ່ງສິນຄ້າແລະ ໂລຈິສຕິກ ທີ່ນອນຢູ່ໃນລະດັບ ແຖວໜ້າ ຂອງ ສປປ ລາວ ທີ່ໄດ້ເຊື່ອມຊຶມ ແນວທາງນະໂຍບາຍຂອງ ພັກ-ລັດ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ໃນການຈັດຕັ້ງ ປະຕິບັດ ຕາມແຜນພັດທະນາ ແລະ ຍຸດທະສາດໂລຈິສຕິກ ການຂົນສົ່ງສິນຄ້າ.

ປີ 2007

ເລີ່ມແຕ່ປີ 2007 ເປັນຕົ້ນມາ, ບໍລິສັດຂົນສົ່ງສາກົນ ຈຳກັດ ໄດ້ຮ່ວມມືກັບ ບໍລິສັດ Speed Inter Transport Co., Ltd ປະເທດໄທ ໄດ້ລິເລີ່ມການ ບໍລິການຂົນສົ່ງສິນຄ້າຜ່ານແດນສາກົນ ແລະ ໂລຈິດສຕິກເປັນບໍລິສັດທຳອິດໃນ ສປປ ລາວ, ການຂົນສົ່ງແມ່ນໄດ້ໃຊ້ຫຼາຍເສັ້ນທາງຫຼັກແຫ່ງຊາດເຊັ່ນ ເສັ້ນ R3, R9, R12 (ທ່າແຂກ ຫາ ລັງຄັງ, ດ່ານພາສີສາກົນນາເພົ້າ) ເປັນຕົ້ນ… ປະລິມານການບໍລິການຂອງບໍລິສັດໄດ້ເຕີບໂຕຂຶ້ນເລື້ອຍໆ ທຸກໆປີ

ປີ 2016

ມາຮອດ ປີ 2016 ຈຶ່ງໄດ້ຮ່ວມກັນສ້າງຕັ້ງ ບໍລິສັດສະປິດ ອິນເຕີເນຊັນແນນ ທຣານສະປອດ ລາວ ຈໍາກັດ ຂຶ້ນ ເຊິ່ງເປັນໜຶ່ງໃນເຄືອຂ່າຍຂອງບໍລິສັດ ຂົນສົ່ງສາກົນຈຳກັດ, ດ້ວຍທຶນຈົດທະບຽນ 24,000,000,000 ກີບ ເພື່ອເລັ່ງໃສ່ການດໍາເນີນທຸລະກິດທາງດ່ານຂົນສົ່ງ ໂລຈິດສຕິກໃນປະເທດລາວ ໃຫ້ຄ່ອງຕົວ ແລະ ເຂັ້ມແຂງ ຂຶ້ນຕື່ມ.

ການຊີ້ນຳ ແລະ ບໍລິຫານ

ບໍລິສັດ ສະປິດ ອິນເຕີເນຊັນແນນ ທຣານສະປອດ ລາວ ຈຳກັດ ດຳເນີນພາຍໃຕ້ການຊີ້ນຳ ແລະ ບໍລິຫານງານໂດຍ ທ່ານ ນາງ ທູນສະຫວັນ ສີຈັນທອງທິບ ເປັນປະທານ ແລະ Mr. LAM Cho Shing ເປັນຮອງປະທານ, ບໍລິສັດແມ່ນດຳເນີນທຸລະກິດໃນຂະແໜງ ການຂົນສົ່ງ, ສະແໜງການບໍລິການໂລຈິສຕິກ, ບໍລິການຍົກຍໍຄ່ຽນຖ່າຍສິນຄ້າ, ສາງສິນຄ້າ, ນອກນັ້ນຍັງດຳເນີນທຸລະກິດດ່ານການບໍລິການທາງດ້ານເອກະສານສິນຄ້າອອກຕ່າງປະເທດ ແລະ ນຳເຂົ້າພາຍໃນ ຕ່າງປະເທດ ຫຼື ສິນຄ້າຜ່ານແດນອີກດ້ວຍ.

ທີມງານບໍລິຫານ ແລະ ບັນດານັກວິຊາການ

ດ້ວຍທີມງານບໍລິຫານ ແລະ ບັນດານັກວິຊາການທີ່ມີຄວາມຊ່ຽວຊານ ແລະ ປະສົບການດ້ານການຂົນສົ່ງ ໂລຈິສຕິກ, ລະບົບສາງ, ລະບົບໄອທີ ແລະ ການ ຕະຫຼາດທີ່ມີຄວາມຊຳນານ ຈຶ່ງເຮັດໃຫ້ບໍລິສັດປະສົບຜົນສຳເລັດໃນການດຳເນີນງານ ພ້ອມທັງຮັກສາມາດຕະຖານໃນການເຮັດວຽກໄດ້ເປັນຢ່າງດີ ຈຶ່ງເປັນປັດໃຈ ທີ່ມີລູກຄ້າໃຫ້ຄວາມໄວ້ວາງໃຈ ແລະ ໃຊ້ບໍລິການຢ່າງຕໍ່ເນື່ອງ ແລະ ຫຼາກຫຼາຍໂຄງການ.

ທີ່ຕັ້ງຫ້ອງການໃຫຍ່

ບໍລິສັດສະປິດ ອິນເຕີເນຊັນແນນ ທຣານສະປອດ ລາວ ຈຳກັດ ມີຫ້ອງການໃຫຍ່ຕັ້ງຢູ່ ບ້ານຈອມແກ້ວ, ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ, ມີທັງໝົດ 3 ສາຂາຄື: ສາຂາແຂວງຄຳມ່ວນ, ສາຂາແຂວງບໍ່ແກ້ວ ແລະ ສາຂາບໍ່ເຕັນ ແຂວງຫຼວງນໍ້າທາ.

ໂຄງຮ່າງການຈັດຕ້ັງ

01.
ພວກເຮົາມີຄວາມສ້າງສັນ ແລະເປັນມືອາຊີບ
02.
ພວກເຮົາປັບປຸງຢູ່ສະເໝີ
03.
ພວກເຮົາມີຄວາມຊື່ສັດແລະເຊື່ອຖືໄດ້
0
ປີຂອງປະສົບການ