ບໍລິການຈັດສົ່ງສິນຄ້າທາງລົດໄຟ
ອີງໃສ່ການຂະຫຍາຍຕົວ ແລະ ການພັດທະນາ ການຂົນສົ່ງໂລຈິສຕິກຂອງ ສປປ ລາວ, ໃນທ້າຍປີ 2021 ໂຄງການທາງລົດໄຟ ລາວ-ຈີນ ຈະກໍ່ສ້າງສຳເລັດ ແລະ ເປີດຢ່າງເປັນທາງການ, ບໍລິສັດ ສະປິດ ອິນເຕີເນຊັນແນວ ລາວ ຈຳກັດ ໄດ້ຮັບອະນຸຍາດໃຫ້ ບໍລິການຈັດສົ່ງສິນຄ້າທາງລົດໄຟ ພາຍໃນ ແລະ ຕ່າງປະເທດ.
ມາຮອດປະຈຸບັນ ຮອດເດືອນ 06/2022 ບໍລິສັດ ສະປິດອິນເຕີທຣານ ສະປອດລາວ ຈຳກັດ ໄດ້ໃຫ້ບໍລິການແຈ້ງເອກະສານຜ່ານແດນແລະ ບໍລິການຈັດສົ່ງສິນຄ້າ ທາງລົດໄຟ ຈາກ ສປ ຈີນ ຜ່ານ ສປປ ລາວ ສູ່ປະເທດທີ່ສາມ ສຳເລັດແລ້ວ ຫຼາຍກວ່າ 6.000 ຕູ້ຄອນເທຣນເນີ້,ປະເພດສິນຄ້າທີ່ໃຫ້ບໍລິການຜ່ານມາໄດ້ແກ່: ໝາກໄມ້, ພືດຜັກ, ເຄື່ອງອີເລັກໂທຣນິກ, ເຄື່ອງໄຟຟ້າ,ສິນຄ້າຮັບໃຊ້ຄົວເຮືອນ, ສິນຄ້າຮັບໃຊ້ອຸດສາຫະກໍາ ແລະ ສິນຄ້າປະເພດອື່ນໆ… ບໍລິສັດພວກເຮົາພ້ອມທີ່ຈະໃຫ້ບໍລິການແກ່ລູກຄ້າທຸກທ່ານ.






Previous
Next
