2 ຂະບວນປະຖົມມະເລີກ ໝາກໄມ້ສົດ ຂົນສົ່ງຜ່ານທາງລົດໄຟ ສູ່ ສປຈີນຮອດປາຍທາງແລ້ວ.

2 ຂະບວນປະຖົມມະເລີກ ໝາກໄມ້ສົດ ຂົນສົ່ງຜ່ານທາງລົດໄຟ ສູ່ ສປຈີນຮອດປາຍທາງແລ້ວ.
👉ຂະບວນທີ 1 ວຽງຈັນ -Chongqing 重庆
ອອກຈາກສະຖານີວຽງຈັນໃຕ້ ປະມານເວລາ 4ໂມງເຊົ້າ, ຮອດສະຖານີບໍ່ເຕັນ ປະມານເວລາ 10:30, ແຈ້ງເອກະສານຂາອອກສຳເລັດທັນທີ ແລະ ລໍຖ້າສະຖານີປ່ອຍຂະບວນລົດໄຟອອກຈາກສະຖານີ. ເນື່ອງຈາກວ່າຕ້ອງໄດ້ລໍຖ້າທີ່ສະຖານນີມໍ່ຫານເຮັດພິທີເປີດຂອງຂະບວນໄປກຸນໝິງສຳເລັດກ່ອນ, ສະນັ້ນຮອດເວບາ 17:00 ຂອງວັນທີ 3.12 ຂະບວນໄປ Chongqing ຈຶ່ງຖືກປ່ອຍອອກຈາກສະຖານບໍ່ເຕັນ ເພື່ອເຂົ້າສູ່ສະຖານີມໍ່ຫານ, ປະເທດຈີນ. ວັນທີ 4 ເຂົ້າສູ່ຂະບວນການກວດພືດ ແລະ ຕື່ມນ້ຳມັນໃສ່ຈັກປັ່ນໄຟຂອງຕູ້ ແລ້ວ ເວລາ 3ໂມງເຊົ້າຂອງວັນທີ 6 ຂະບວນລົດໄຟໄດ້ຖືກປ່ອຍອອກຈາກ ມໍ່ຫານ ສູ່ສະຖານີ Chongqing, ຮອດຈຸດໝາຍປາຍທາງໃນວັນທີ 8. 12 ເວລາ 8ໂມງເຊົ້າ. ໃຊ້ເວລາເດີນທາງທັງໝົດຈາກຕົ້ນທາງປະເທດໄທ ຫາປາຍທາງເມືອງ Chongqing ແມ່ນ 9ວັນ
👉ຂະບວນທີ 2 ໄປ Cheng du 成都
ວັນທີ 4.12 ອອກຈາກສະຖານີວຽງຈັນໃຕ້ໃນເວລາ 4ໂມງເຊົ້າ, ຮອດບໍ່ເຕັນຕອນກ່ອນທ່ຽງ, ຫຼັງຈາກເຮັດເອກະສານຂາອອກສຳເລັດແລ້ວ, ຂະບວນລົດໄຟໄດ້ຖືກປ່ອຍອອກຈາກສະຖານບໍ່ຕັນໃນເວລາ 14.00 ຂອງວັນດຽວກັນ, ເຖິງສະຖານີມໍ່ຫານເວບາ 17.00. ເຊົ້າວັນທີ 5.12 ເຂົ້າສູ່ຂັ້ນຕອນການກວດພືດ ແລ້ວ ປ່ອຍອອກຈາກສະຖານີ ມໍ່ຫານ ໃນເວລາ 17.00 ເພື່ອຜ່ານກຸນໝິງໃນຕອນເຊົ້າຂອງວັນທີ 6.12 ເວລາ 8.00 ແລະ ຮອດ Chen du ໃນເວລາ 10.00 ຕອນເຊົ້າຂອງວັນທີ 8.12. ໃຊ້ເວລາທັງໝົດ ຈາກຕົ້ນທາງ ປະເທດໄທ ຫາ ປາຍທາງ 7ວັນ.

Leave a comment

You must be logged in to post a comment.